タピオカドリンクの作り方
ວິທີເຮັດນ້ຳດື່ມມັນຕົ້ນ

ナベに水を1リットル入れ、沸騰したら、タピオカパールを200g入れる。混ぜながらタピオカが全部浮くまで煮る
ໃສ່ນ້ຳ 1 ລິດ ລົງໃນຫມໍ້, ຕົ້ມໃຫ້ນ້ຳຟົດ ແລ້ວໃສ່ໄຂ່ມຸກລົງໄປ 200 ກລາມ. ຄົນ ແລະ ຕົ້ມໄປຈົນກວ່າໄຂ່ມຸກຈະຫນຸ້ມຂຶ້ນ

タピオカが浮いたら、中火にして25分煮る
ຫາກໄຂ່ມຸກຫນຸ້ມແລ້ວ ໃຫ້ຫລຸດໄຟລົງເປັນຄວາມຮ້ອນປານກາງ ແລ້ວຕົ້ມຕໍ່ອີກ 25 ນາທີ
火を消してふたをして、余熱で30分待つ
ມອດໄຟ ແລ້ວປິດຝາຫມໍໄວ້. ລໍຖ້າ 30 ນາທີເພື່ອໃຫ້ໄຂ່ມຸກເຢັນລົງ

冷たい水にタピオカを入れて、水を切る
ໃສ່ໄຂ່ມຸກລົງໃນນ້ຳເຢັນ ແລ້ວຕອງເອົານ້ຳອອກໃຫ້ຫມົດ

黒砂糖か白砂糖でシロップを作って冷やす
ຕົ້ມນ້ຳຕານດຳ ຫລື ນ້ຳຕານຊາຍຂາວ ເພື່ອເຮັດນ້ຳເຊື່ອມ ແລ້ວປະໄວ້ ຫລື ນຳໄປແຊໃຫ້ເຢັນ

シロップの中にタピオカを入れて数時間置く
ໃສ່ນ້ຳເຊື່ອມລົງໃນໄຂ່ມຸກ ແລ້ວປະໄວ້ປະມານ 1-2 ຊົ່ວໂມງ

タピオカグラスにタピオカを好みに応じて40~50粒入れて、好みの飲み物、例えばミルクティーを注ぐ
ໃສ່ໄຂ່ມຸກລົງໃນຈອກ ໃນປະລິມານ 40-50 ແມັດ ຕາມຄວາມຕ້ອງການ, ຕາມດ້ວຍເຄື່ອງດື່ມທີ່ທ່ານມັກລົງໄປ ເຊັ່ນ: ຊານົມເປັນຕົ້ນ

余ったタピオカは冷蔵庫で保管し、硬くなるので使うときは電子レンジなどで温める
ໄຂ່ມຸກທີ່ຍັງເຫລືອ ໃຫ້ເອົາໄປແຊ່ໄວ້ໃນຕູ້ເຢັນ. ໄຂ່ມຸກທີ່ແຊໄວ້ໃນຕູ້ເຢັນຈະແຂງຕົວ ຫາກຕ້ອງການນຳມາຮັບປະທານ ໃຫ້ນຳໄປອຸ່ນດ້ວຍໄມໂຄເວັບເປັນຕົ້ນ.
ビデオ